ສຳຫຼວດແຄັດຕາລັອກເກມລະດັບໂລກກວ່າ 200.000 ເກມຢູ່ມືຖື ແລະ PC, ພ້ອມກັບຊອກເກມທີ່ເໝາະກັບທ່ານ
ຮັບ Google Play Points1 ທີ່ທ່ານສາມາດໃຊ້ກັບການຊື້ເກມ ແລະ ຮັບສິດທິປະໂຫຍດພິເສດສະເພາະໃນຖານະສະມາຊິກ Points
ອັບເດດກ່ຽວກັບເກມທີ່ທ່ານມັກ ແລະ ຄວາມສຳເລັດໃນການຫຼິ້ນເກມຂອງທ່ານແມ່ນຢູ່ໃນແຖບ "ທ່ານ" ອັນດຽວທີ່ສະດວກ2
Google Play Games ມີເກມຫຼາຍກວ່າ 200,000 ເກມຢູ່ໂທລະສັບມືຖື ແລະ PC, ຈຶ່ງມີເກມສຳລັບທຸກຄົນ. ຮັບຄຳແນະນຳ ແລະ ຂໍ້ມູນທີ່ຄົບຖ້ວນກ່ຽວກັບແຕ່ລະເກມ, ເພື່ອໃຫ້ທ່ານຮູ້ວ່າເກມໃດຈະເປັນເກມທີ່ທ່ານມັກຕໍ່ໄປ. ເຂົ້າເບິ່ງເກມທີ່ພ້ອມໃຫ້ບໍລິການຢູ່ ໂທລະສັບມືຖື ແລະ PC.
ປົດລັອກຮາງວັນອີກລະດັບດ້ວຍ Google Play Points, ໂປຣແກຣມສົມມະນາຄຸນຂອງ Google Play ທີ່ທ່ານສາມາດສະສົມຄະແນນ ແລະ ຮັບຮາງວັນເພື່ອໃຊ້ເປັນສ່ວນຫຼຸດ ແລະ ແລກຮັບໄອເທັມໃນເກມໄດ້. ຍິ່ງທ່ານສະສົມ Play Points ຫຼາຍເທົ່າໃດ, ທ່ານກໍຍິ່ງຈະປົດລັອກຮາງວັນ, ສິດທິປະໂຫຍດ ແລະ ປະສົບການທີ່ເງິນຊື້ບໍ່ໄດ້ຫຼາຍຂຶ້ນເທົ່ານັ້ນ. ເຂົ້າຮ່ວມ ຕອນນີ້ເລີຍ1.
ຫົວໃຈສຳຄັນຂອງແຖບທ່ານແມ່ນໂປຣໄຟລ໌ຜູ້ຫຼິ້ນເກມຂອງທ່ານ. ທ່ານສາມາດປ່ຽນຈາກແຖບທ່ານໄປຫາໂປຣໄຟລ໌ຜູ້ຫຼິ້ນເກມທຸກເວລາໄດ້ຢ່າງງ່າຍດາຍດ້ວຍການຄລິກໄອຄອນໂປຣໄຟລ໌ຢູ່ໂທລະສັບມືຖື. ດ້ວຍໂປຣໄຟລ໌ດຽວຢູ່ໂທລະສັບມືຖື ແລະ PC, ທ່ານຈະສາມາດຕິດຕາມສະຖິຕິ, ສະຖິຕິການຫຼິ້ນຕໍ່ເນື່ອງ, ຄວາມຄືບໜ້າ ແລະ ຄວາມສຳເລັດຂອງທ່ານໃນເກມຕ່າງໆໄດ້ຢ່າງງ່າຍດາຍ. ທຸກໆຄວາມສຳເລັດ, ທຸກໆໄຊຊະນະ, ທັງໝົດແມ່ນພ້ອມໃຫ້ສະຫຼອງຢູ່ບ່ອນນີ້.
ແຜງຄວາມຊ່ວຍເຫຼືອ Play Games ທີ່ມາພ້ອມ Gemini Live ເປັນຜູ້ຊ່ວຍໃນການຫຼິ້ນເກມແບບໃໝ່ທີ່ຈະຊ່ວຍໃຫ້ທ່ານເຂົ້າເຖິງສະຖິຕິ, ຮາງວັນພິເສດ ແລະ ເຄັດລັບຕ່າງໆຂອງຕົນເອງໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງອອກຈາກເກມຂອງທ່ານ. ນອກຈາກນີ້, ທ່ານຍັງສາມາດຮັບຄຳແນະນຳຈາກ Gemini Live ຜ່ານການສົນທະນາແບບສົດໆໃນລະຫວ່າງທີ່ທ່ານຫຼິ້ນໄດ້ນຳ. ແຜງຄວາມຊ່ວຍເຫຼືອແມ່ນພ້ອມນຳໃຊ້ໃນລະຫວ່າງທີ່ຫຼິ້ນເກມທີ່ດາວໂຫຼດມາຈາກ Play ເທົ່ານັ້ນ ແລະ ຈະພ້ອມນຳໃຊ້ຢູ່ໂທລະສັບມືຖືໃນໄວໆນີ້.
ຫຼິ້ນໄດ້ຢ່າງໝັ້ນໃຈທັງຢູ່ໂທລະສັບມືຖື ແລະ PC, ດ້ວຍການຮັກສາຄວາມປອດໄພ ແລະ ການປົກປ້ອງຈາກ Google. Google Play ດຳເນີນການກວດສອບຄວາມປອດໄພຫຼາຍກວ່າ 10.000 ເທື່ອໃນທຸກເກມທີ່ພວກເຮົານຳສະເໜີເພື່ອຊ່ວຍຮັກສາຂໍ້ມູນ ແລະ ອຸປະກອນຂອງທ່ານໃຫ້ປອດໄພ.